ເຄື່ອງມືຫ້ອງວິເຄາະ ການຕິດຕັ້ງ ແລະ ການຈັດວາງເຄື່ອງມື
ການຕິດຕັ້ງຢ່າງເໝາະສົມ ແລະ ຍຸດທະສາດການຈັດວາງເຄື່ອງມືແມ່ນສຳຄັນຕໍ່ການຮັບປະກັນຄວາມປອດໄພ, ປະສິດທິພາບ ແລະ ການສອດຄ່ອງກັບຄູ່ມືຄວາມປອດໄພທາງຊີວະພາບ.
1. ກ່ອນການຕິດຕັ້ງ
ກ່ອນການຕິດຕັ້ງ, ປັດໃຈທີ່ຄວນພິຈາລະນາມີດັ່ງນີ້:
-
ກົດຊື່ຫົວຂໍ້ເພື່ອເບິ່ງລາຍລະອຽດ
ການອອກແບບຫ້ອງວິເຄາະ ແລະ ສິ່ງອຳນວຍຄວາມສະດວກ
ຮັບປະກັນແຜນຜັງຫ້ອງວິເຄາະວ່າມີຄວາມເໝາະສົມກັບຂະໜາດຂອງເຄື່ອງມື, ການລະບາຍອາກາດ ແລະ ຄວາມຕ້ອງການໃນການປະຕິບັດງານ.
ລະບົບສາທາລະນຸປະໂພກ:
ກວດກາລະບົບສາທາລະນຸປະໂພກໃຫ້ມີຄວາມພ້ອມໃຊ້ງານ ແລະ ມີຄວາມເຂົ້າກັນໄດ້ກັບເຄື່ອງມື ເຊັ່ນ ໄຟຟ້າ, ນໍ້າ, ເຄື່ອງປັບອາກາດ ແລະ ລະບົບລະບາຍອາກາດ.
ສະພາບສິ່ງແວດລ້ອມ
ກວດກາອຸນຫະພູມ, ຄວາມຊຸ່ມຊື່ນ ແລະ ລະດັບຄວາມສະຫວ່າງທີ່ເໝາະສົມເພື່ອຫຼີກເວັ້ນອຸປະກອນເຮັດວຽກຜິດປົກກກະຕິ.
ການປະເມີນຄວາມສ່ຽງ
ລະບຸອັນຕະລາຍທີ່ອາດຈະເກີດຂຶ້ນ ແລະ ການນໍາເອົາມາດຕະການຫຼຸດຜ່ອນມານຳໃຊ້ ເຊັ່ນ ການເກີດລະອອງຝອຍ.
2. ການຈັດວາງເຄື່ອງມື
ຍຸດທະສາດໃນການຈັດວາງເຄື່ອງມືແມ່ນມີຄວາມສຳຄັນຫຼາຍຕໍ່ການຮັກສາຄວາມປອດໄພທາງຊີວະພາບ ແລະ ປະສິດທິພາບຂອງຂະບວນການເຮັດວຽກ ເຊິ່ງມີດັ່ງນີ້:
-
ກົດຊື່ຫົວຂໍ້ເພື່ອເບິ່ງລາຍລະອຽດ
ການເຂົ້າເຖິງ
ບຸກຄະລາກອນທີ່ໄດ້ຮັບອະນຸຍາດຄວນເຂົ້າເຖິງເຄື່ອງມືໄດ້ງ່າຍ ໂດຍບໍ່ພົບຄວາມຫຍຸ້ງຍາກຕໍ່ກັບຂະບວນການເຮັດວຽກໃນຫ້ອງວິເຄາະ.
ບໍລິເວນປົນເປື້ອນ
ຈັດວາງອຸປະກອນເຊັ່ນ ຕູ້ປອດເຊື້ອ ໄວ້ພາຍໃນບໍລິເວນປົນເປື້ອນທີ່ໄດ້ກໍານົດໄວ້ ເພື່ອຫຼຸດຄວາມສ່ຽງຂອງການປົນເປື້ອນ.
ໄລຍະຫ່າງ
ເພື່ີອຫຼີກເວັ້ນການແອອັດເກີນໄປ ໃຫ້ເວັ້ນໄລຍະພື້ນທີ່ອ້ອມຮອບເຄື່ອງມືຫ້ອງວິເຄາະສໍາລັບການບຳລຸງຮັກສາ/ສ້ອມແປງ, ອະນາໄມ ແລະ ການປະຕິບັດງານທີ່ປອດໄພ.
ການແຍກພື້ນທີ່ສະອາດ ແລະ ເປື້ອນ
ຮັບປະກັນການແຍກພື້ນທີ່ສໍາລັບກະການກະກຽມຕົວຢ່າງ ແລະ ການຈັດການຂີ້ເຫຍື້ອ ເພື່ອປ້ອງກັນການປົນເປື້ອນຂ້າມກັນ.
3. ແນວທາງການປະຕິບັດທີ່ດີທີ່ສຸດສຳລັບການຕິດຕັ້ງ
-
ປະຕິບັດຕາມຄຳແນະນຳການຕິດຕັ້ງຂອງຜູ້ຜະລິດ ແລະ ຄູ່ມືຄວາມປອດໄພ
-
ໃຫ້ຊ່າງທີ່ມີຄຸນສົມບັດເໝາະສົມມີສ່ວນຮ່ວມໃນການຕິດຕັ້ງເຄື່ອງມືທີ່ມີຄວາມຊັບຊ້ອນ
-
ດຳເນີນການກວດສອບການຕິດຕັ້ງ ເພື່ອຢັ້ງຢືນວ່າຕິດຕັ້ງສ່ວນປະກອບທັງໝົດ ໄດ້ຢ່າງຖືກຕ້ອງ ແລະ ໃຊ້ງານໄດ້