ການຕອບໂຕ້ຕໍ່ເຫດການສຸກເສີນ ແລະ ການຈັດການກັບການຮົ່ວໄຫຼ ຈຸດປະສົງ
-
ສາມາດກໍານົດປະເພດເຫດການ ແລະ ການຮົ່ວໄຫຼຂອງສານຕ່າງໆ ທີ່ສາມາດເກີດຂຶ້ນໄດ້ໃນຫ້ອງວິເຄາະ.
-
ສາມາດກໍານົດຂັ້ນຕອນການປະຕິບັດ ແລະ ຂັ້ນຕອນເຮັດຄວາມສະອາດໃນຫ້ອງວິເຄາະ.
-
ອະທິບາຍຂັ້ນຕອນທີ່ຈໍາເປັນເພື່ອຕອບໂຕ້ຕໍ່ເຫດການ ໄຟໄໝ້, ນໍ້າຖ້ວມ, ແລະໄຟຟ້າດັບໃນຫ້ອງວິເຄາະ.
-
ອະທິບາຍຂັ້ນຕອນທີ່ຈໍາເປັນເພື່ອປະຕິບັດໃນກໍລະນີ ທີ່ີມີການລັກ ຫຼືສູນເສຍ ສານອັນຕະລາຍທາງຊີວະພາບ ແລະ ຂໍ້ມູນທີ່ລະອຽດອ່ອນ.
-
ເຂົ້າໃຈຜົນປະໂຫຍດຂອງການລາຍງານອຸປະຕິເຫດ ແລະ ເຫດການທີ່ເກືອບຈະເກີດອຸປະຕິເຫດ, ຄວາມສໍາຄັນຂອງການຮຽນຮູ້ຢ່າງຕໍ່ເນື່ອງ ແລະ ການຮັບຮູ້ຄວາມປອດໄພໃນຫ້ອງວິເຄາະ.