ເຊື້ອພະຍາດ ແລະ ການຕິດເຊື້ອຈາກການປະຕິບັດງານໃນຫ້ອງວິເຄາະ ວິທີປ້ອງກັນການຕິດເຊື້ອຈາກການປະຕິບັດງານໃນຫ້ອງວິເຄາະ
Photo by Photo By: Kaboompics.com: https://www.pexels.com/photo/scientist-wearing-personal-protective-equipment-at-work-8539787/
ການທຳລາຍຕ່ອງໂສ້ຂອງການຕິດເຊື້ອໃນຫ້ອງວິເຄາະແມ່ນເປັນກະແຈສຳຄັນເພື່ອປ້ອງກັນການຕິດເຊື້ອ LAIs. ເຊິ່ງມາດຕະການຕ່າງໆມີດັງນີ້:
-
ຮັບປະກັນວ່າມີການຝຶກອົບຮົມພຽງພໍ ແລະ ປະຕິບັດຕາມມາດຕະການຄວາມປອດໄພຂອງຫ້ອງວິເຄາະ
-
ປະຕິບັດຕາມຂໍ້ກຳນົດ ແລະ ຂັ້ນຕອນຄວາມປອດໄພທາງຊີວະພາບທີ່ເໝາະສົມສຳລັບເຊື້ອພະຍາດແຕ່ລະຊະນິດ.
-
ຮັບປະກັນວ່າມີການນຳໃຊ້ອຸປະກອນປ້ອງກັນຕົວເອງຢ່າງຖືກຕ້ອງ ແລະ ພຽງພໍ.
-
ກຳຈັດຂີ້ເຫຍື້ອອັນຕະລາຍທາງຊີວະພາບ ແລະ ຂອງແຫຼມຄົມຢ່າງຖືກວິທີ.
-
ການສັກວັກແຊງເມື່ອຈຳເປັນ
-
ການລ້າງມືທີ່ສະອາດ ແລະ ການຂ້າເຊື້ອພື້ນຜິວ ເປັນປະຈຳ.