ບຸກຄະລາກອນ ການປະຖົມນິເທດ

ການປະຖົມນິເທດ ແມ່ນຂະບວນການແນະນໍາພະນັກງານໃໝ່ ໃນສະພາບແວດລ້ອມການເຮັດວຽກໃໝ່ ແລະ ວຽກງານ ຫຼື ໜ້າທີ່ສະເພາະ. ຈະເຮັດໃຫ້ພະນັກງານຈະສັບສົນ ແລະ ກັງວົນ ເມື່ອບໍ່ຮູ້ຈະຊອກຫາຂໍ້ມູນ ຫຼື ຊັບພະຍາກອນທີ່ຈໍາເປັນຕໍ່ການເຮັດວຽກຂອງພວກເຂົາ.

ການປະຖົມນິເທດ ແມ່ນແຕກຕ່າງຈາກການອົບຮົມ ເຊິ່ງການປະຖົມນິເທດພະນັກງານຫ້ອງວິເຄາະ ຄວນປະກອບມີລັກສະນະດັ່ງຕໍ່ໄປນີ້.

  • ກະລຸນາກົດໃສ່ຫົວຂໍ້ເພື່ອເບິ່ງລາຍລະອຽດ

ການປະຖົມນິເທດທົ່ວໄປ

P
K

ທັດສະນະສຶກສາສະຖານທີ່ເຮັດວຽກ, ແນະນຳການບໍລິຫານຈັດການ ແລະ ພະນັກງານທັງໝົດທີ່ກ່ຽວຂ້ອງ.

ຂໍ້​ມູນ​ໃນການປະຖົມນິເທດ​:

    • ການເຮັດວຽກຂອງອົງການຈັດຕັ້ງ ຕໍ່ກັບວຽກງານການແພດ ແລະ/ຫຼື ລະບົບສາທາລະນະສຸກ.
    • ບຸກຄະລາກອນຫຼັກ ແລະ ຜູ້ມີສິດອະນຸມັດວຽກໃນແຕ່ລະຂະແໜງການ.
    • ການຕອບສະໜອງ ຕໍ່ຜູ້ນຳໃຊ້ ແລະ ຜູ້ໃຊ້ບໍລິການຂອງຫ້ອງວິເຄາະ.
    • ນະ​ໂຍ​ບາຍ ​ແລະ ​ຂັ້ນ​ຕອນ​​ກ່ຽວ​ກັບ​ສະ​ຖານ​ທີ່​ ແລະ ​ຄວາມ​ປອດ​ໄພ​.

    ການປະຖົມນິເທດນະໂຍບາຍບຸກຄະລາກອນ

    P
    K
    • ກ່ຽວກັບຈັນຍາບັນ.
    • ກ່ຽວກັບການຮັກສາຄວາມລັບ.
    • ຜົນປະໂຫຍດຂອງພະນັກງານ.
    • ​ຕາ​ຕະ​ລາງ​ການ​ເຮັດ​ວຽກ​.

    ການປະຖົມນິເທດປຶ້ມຄູ່ມື ແລະ ເອກະສານຄຸນນະພາບ

    P
    K

    ອະທິບາຍນະໂຍບາຍຂອງອົງການຈັດຕັ້ງ ແລະ ຂໍ້ມູນກ່ຽວກັບລະບົບຄຸນນະພາບຫ້ອງວິເຄາະ. ສໍາເນົາໃບກອບໜ້າວຽກຂອງພະນັກງານ ແລະ ການທົບທວນຄືນລາຍລະອຽດຂອງແຕ່ລະເນື້ອໃນຂອງກອບໜ້າວຽກ. ພະນັກງານຄວນຈະໄດ້ຮັບການແນະນຳສະພາບລວມຂອງຂັ້ນຕອນມາດຕະຖານການຈັດຕັ້ງປະຕິບັດ (SOP).

    ລາຍການການແນະນຳ / ການປະຖົມນິເທດ

    P
    K

    ການບັນທຶກ/ລາຍງານ ການປະຖົມນິເທດ

    ຄວນໃຫ້ມີການບັນທຶກແຕ່ລະຫົວຂໍ້ທີ່ໄດ້ຖືກປະຖົມນິເທດ ແລະ ລົງວັນທີ ເພື່ອບັນທຶກວ່າໄດ້ມີການແນະນໍາ ແລະ ໄດ້ອະທິບາຍໃນແຕ່ລະຫົວຂໍ້ແລ້ວ.